ຫຼັກການນະໂຍບາຍຄວາມລັບ-ການບໍລິການຊໍາລະທາງອອນລາຍຂອງ NewPay
ການບໍລິການຊໍາລະທາງອອນລາຍຂອງ:
NewPay (ກວມທັງ「ເວທີຊໍາລະທາງອອນລາຍຂອງNewPay」, 「ກະເປົາເງີນ NewPay」) ໂດຍແມ່ນ Lao
NewPay Technology Joint Venture CO.,LTD (ຕໍ່ໄປນີ້ເອີ້ນວ່າ:「NewPay」) ເປັນຜູ້ສະໜອງ.
ນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay, ທ່ານເຫັນດີດັ່ງຂ້າງລຸ່ມນີ້:
ຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນທີ່ການບໍລິການຊໍາລະທາງອອນລາຍຂອງ NewPay
ສະໜອງໃຫ້ນັ້ນ ບໍ່ໄດ້ໝາຍຄວາມວ່າສາມາດນໍາໃຊ້ຢູ່ທຸກຂົງເຂດ. ມີພຽງແຕ່ບຸກຄົນທີ່ໄດ້ຮັບການອະນຸຍາດທາງກົດໝາຍຈຶ່ງສາມາດນໍາໃຊ້
ຫລື ຮັບການສະໜອງຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນ, ກ່ອນທີ່ທ່ານຈະນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay ນັ້ນ,
ທ່ານຈະຕ້ອງຮັບປະກັນວ່າ ໄດ້ຮັບຮູ້ຢ່າງລະອຽດ ແລະ ເຄົາລົບປະຕິບັດຕາມຂໍ້ກໍານົດທີ່ກ່ຽວຂ້ອງຕ່າງຯ.
NewPay ຈະບໍ່ຮັບຜິດຊອບຕໍ່ກັບກໍລະນີທ່ານໄດ້ນໍາໃຊ້ ຫລື
ບໍ່ສາມາດນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay, ໂດຍສະເພາະແມ່ນເຫດການດັ່ງຂ້າງລຸ່ມນີ້:
ຄວາມລ່າຊ້າ ຫລື ຢຸດສະງັກຕ່າງຯທີ່ເກີດຂື້ນໃນເວລາທີ່ທ່ານລັອກອິນ (Log In)
ເຂົ້າໃນການບໍລິການຊໍາລະທາງອອນລາຍຂອງ NewPay; ການສົ່ງຂໍ້ຄວາມຜ່ານທາງອິນເຕີເນັດ ຫລື ຊ່ອງທາງໃດໜື່ງ ທີ່ມີການຕົກເຮ່ຍ,
ຜິດພາດ, ຊັກຊ້າ, ຕົວໜັງສືຜິດພາດ ຫລື ການລັດເອົາທີ່ບໍ່ໄດ້ຮັບການມອບສິດ ຫລື ລັອກອິນເຂົ້າໃນການບໍລິການຊໍາລະທາງອອນລາຍຂອງ
NewPay ໂດຍທີ່ບໍ່ໄດ້ຮັບການມອບສິດ ຫລື ເອົາຂໍ້ມູນຕ່າງຯໄປນໍາໃຊ້; ການຜິດພາດ, ການຂັດຂ້ອງ ຫລື ການຜິດປົກກະຕິຂອງຊອບແວ
(Software), ເຄື່ອງອຸປະກອນ ຫລື ລະບົບຕ່າງຯ; ໄວຣັດຄອມພີວເຕີທຸກແບບ ຫລື ບັນຫາຕ່າງຯທີ່ຄ້າຍຄືກັນ.
ສໍາລັບການຊົດໃຊ້ຄວາມເສຍຫາຍຈາກາທາງອ້ອມ, ລາຍການສະເພາະ, ຕິດຊ້ອນ ຫລື ເທົ່າທຽມກັນນັ້ນ, ພາຍໃຕ້ສະພາບການແບບໃດກໍ່ຕາມ NewPay
ລ້ວນແຕ່ບໍ່ຈໍາຕ້ອງຮັບຜິດຊອບທາງກົດໝາຍ. ຄວາມເສຍຫາຍທີ່ເນື່ອງຈາກການກະທໍາຂອງລັດຖະບານ, ຝ່າຍທີ່ສາມໃດໜື່ງ ຫລື ເຫດການທີ່
NewPay ບໍ່ສາມາດຄວບຄຸມໄດ້, NewPay ແມ່ນບໍ່ຈໍາຕ້ອງຮັບຜິດຊອບທາງກົດໝາຍ.
ຂໍ້ມູນ ແລະ ເອກະສານທັງໝົດທີ່ບັນຈຸຢູ່ໃນການບໍລິການຊໍາລະທາງອອນລາຍຂອງ NewPay,
ບໍ່ວ່າຈະເປັນຂໍ້ມູນ ຫລື ເອກະສານທີ່ NewPay ຫລື ຜູ້ສະໜອງອື່ນຯໄດ້ສະໜອງໃຫ້, NewPay ຈະພະຍາຍາມ ຫລື
ຊຸກຍູ້ໃຫ້ຜູ້ສະໜອງຂໍ້ມູນນັ້ນ ສາມາດສະໜອງຂໍ້ມູນທີ່ມີຄວາມຖືກຕ້ອງ, ຂໍ້ມູນດັ່ງກ່າວເປັນພຽງຂໍ້ມູນອ້າງອີງເທົ່ານັ້ນ, NewPay
ຈະບໍ່ຮັບປະກັນຕໍ່ກັບຄວາມຖືກຕ້ອງ ຫລື ຄວາມຄົບຖ້ວນຂອງຂໍ້ມູນດັ່ງກ່າວ, NewPay ສາມາດດໍາເນີນການດັດແກ້
ໂດຍທີ່ບໍ່ຈໍາຕ້ອງແຈ້ງໃຫ້ທ່ານຮັບຊາບລ່ວງໜ້າ. ຄວາມສ່ຽງທີ່ເກີດເນື່ອງມາຈາກທ່ານດໍາເນີນການຄ້າຂາຍ (Transaction) ຫລື
ການບໍລິການ ໂດຍອ້າງອີງຈາກຂໍ້ມູນດັ່ງກ່າວນັ້ນ, ແມ່ນໃຫ້ທ່ານຮັບຜິດຊອບດ້ວຍຕົນເອງ, NewPay
ຈະບໍ່ຮັບຜິດຊອບໃດຯຕໍ່ກັບບັນຫາທີ່ເກີດຂື້ນຈາກການບໍລິການທີ່ NewPay ສະໜອງໃຫ້ກັບທ່ານ.
ຖ້າຫາກວ່າ ທ່ານເປັນພຽງຜູ້ເຂົ້າຊົມ (Visitor), NewPay ຈະບັນທຶກພຽງຊື່ໂດເມນ (Domain
Name), ທີ່ຢູ່ເຊີເວີ (Sever Address) ຂອງທ່ານ ແລະ ເວັບໄຊ ຫລື ປຸ່ມກົດທີ່ທ່ານເຂົ້າເບິ່ງ, ບັນທຶການເຂົ້າຊົມຂອງທ່ານ.
ນອກຈາກທີ່ມີຄໍາຊີ້ນໍາເປັນຕ່າງຫາກ, NewPay ຈະບໍ່ເກັບກໍາຂໍ້ມູນສ່ວນຕົວໃດຯ.
ຍົກເວັ້ນການບັນທຶກທີ່ຈໍາເປັນທີ່ເກີດໃນການດໍາເນີນການຄ້າຂາຍ, ຕົວເລກລວບລວມສະຖິຕິການນໍາໃຊ້ການບໍລິການ NewPay
ແມ່ນຈະສະແດງໃຫ້ເຫັນພຽງຈໍານວນ ແລະ ປະເພດຂອງຜູ້ເຂົ້າຊົມ
ການຖະແຫລງນະໂຍບາຍຄວາມລັບສ່ວນຕົວ
Lao NewPay Technology Joint Venture CO.,LTD ແມ່ນຢູ່ພາຍໃຕ້ການຕິດຕາມຄຸ້ມຄອງຂອງ ທະນາຄານ
ແຫ່ງ ສປປ ລາວ, ເຄົາລົບປະຕິບັດພາລະໜ້າທີ່ການຮັກສາຄວາມລັບຕາມຂໍ້ກໍານົດຂອງ ສປປ ລາວ ແລະ ມາເກົາຢ່າງເຂັ້ມງວດ,
ຍຶດຖືການປ້ອງກັນຮັກສາຕໍ່ຂໍ້ມູນເອກະສານສ່ວນຕົວ, ພ້ອມທັງເຄົາລົບປະຕິບັດຕາມຫຼັກການນະໂຍບາຍຄວາມລັບສ່ວນຕົວຄື:
1. ໃນເວລາທີ່ທ່ານນໍາໃຊ້ບັນຊີທີ່ລົງທະບຽນໃນການບໍລິການຊໍາລະທາງອອນລາຍຂອງ NewPay ຫລື
ນໍາໃຊ້ການບໍລິການທີ່ NewPay ສະໜອງໃຫ້ ຫລື ສະໜອງຊັບພະຍາກອນ ຫລື ບໍລິການໃຫ້ກັບ NewPay ນັ້ນ,
ຈະຕ້ອງສະໜອງຂໍ້ມູນກ່ຽວຂ້ອງຕ່າງຯໃຫ້ NewPay ຢ່າງເປັນປະຈໍາ. ຖ້າຫາກວ່າ ບໍ່ໄດ້ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ NewPay,
ອາດຈະເຮັດໃຫ້ NewPay ບໍ່ສາມາດສະໜອງການບໍລິການຊໍາລະທາງອອນລາຍຂອງ NewPay ໃຫ້ກັບທ່ານ.
2. NewPay ຈະດໍາເນີນການເກັບກໍາ ຫລື ຮັບຂໍ້ມູນຕ່າງຯຂອງທ່ານຢ່າງເປັນປະຈໍາ,
ໂດຍສະເພາະແມ່ນຂໍ້ມູນຖານະສ່ວນຕົວ.
ຂໍ້ມູນດັ່ງກ່າວກວມທັງແຕ່ບໍ່ຈໍາກັດພຽງຂໍ້ມູນທີ່ເກັບກໍາໃນເວລາທີ່ທ່ານດໍາເນີນການສືບຕໍ່ພົວພັນທຸລະກິດຢ່າງເປັນປົກກະຕິກັບ
NewPay, ດໍາເນີນການຄ້າຂາຍ ຫລື ການບໍລິການ ໂດຍຜ່ານບັດ NewPay ຫລື ການຊໍາລະທາງອອນລາຍຂອງ NewPay ຫລື
ການພົວພັນສື່ສານແບບປາກຕໍ່ປາກ ຫລື ແບບເປັນລາຍລັກອັກສອນຮ່ວມກັບ NewPay ໃນສະພາບທົ່ວໄປນັ້ນ.
3. ນອກຈາກທີ່ຈະໄດ້ຮັບການຕົກລົງເຫັນດີຈາກທ່ານ ຫລື ພາຍໃຕ້ການອະນຸຍາດທາງກົດໝາຍ, NewPay
ຈະບໍ່ເປີດເຜີຍຂໍ້ມູນຂອງທ່ານໃຫ້ກັບຝ່າຍທີ່ສາມ,
ຮັກສາຄວາມລັບຕໍ່ກັບຂໍ້ມູນກິດຈະການທັງໝົດທີ່ທ່ານໄດ້ດໍາເນີນຜ່ານຊ່ອງທາງອີເລັກໂຕຼນິກ.
4. ທ່ານຈະຕ້ອງລະມັດລະວັງ, ການບໍລິການທີ່ການບໍລິການຊໍາລະທາງອອນລາຍຂອງ NewPay
ສະໜອງໃຫ້ກັບທ່ານນັ້ນ, ອາດຈະເປັນການສະໜອງຂອງຝ່າຍບໍລິການຝ່າຍທີ່ສາມ ຫລື ຜູ້ສະໜອງການຄ້າຂາຍ ຫລື ຄູ່ຮ່ວມທະລິກິດອື່ນຯ,
ກ່ອນທີ່ທ່ານຈະສະໜອງຂໍ້ມູນໃຫ້ຝ່າຍທີ່ສາມໃນເວລາທີ່ທ່ານນໍາໃຊ້ການບໍລິການ ຫລື ການຄ້າຂາຍຂອງຝ່າຍທີ່ສາມນັ້ນ,
ທ່ານຈະຕ້ອງອ່ານລາຍລະອຽດກ່ຽວກັບຂໍ້ກໍານົດຂອງການບໍລິການ ຫລື ການຄ້າຂາຍດັ່ງກ່າວ, ພ້ອມທັງດໍາເນີນການຕົກລົງ. NewPay
ຈະບໍ່ຮັບຜິດຊອບຕໍ່ກັບຂໍ້ມູນທີ່ທ່ານສະໜອງໃຫ້ກັບຝ່າຍທີ່ສາມ.
5. ອີງຕາມລະບຽບກົດໝາຍທີ່ໄດ້ລະບຸໄວ້, ລູກຄ້າທຸກຄົນ ແມ່ນມີສິດກວດກາວ່າ NewPay
ໄດ້ຖືມີຂໍ້ມູນຂອງຕົນເອງຫລືບໍ່, ມີສິດກວດສອບຂໍ້ມູນຂອງຕົນ; ຮຽກຮ້ອງໃຫ້ NewPay
ດໍາເນີນການດັດແກ້ຂໍ້ມູນອັນບໍ່ຖືກຕ້ອງຂອງຕົນເອງໃຫ້ຖືກຕ້ອງ.
6. NewPay ມີສິດເກັບຄ່າໃຊ້ຈ່າຍຕໍ່ກັບການດໍາເນີນການກວດສອບຂໍ້ມູນຕ່າງຯຢ່າງສົມເຫດສົມຜົນ.